ເຊັກເຮັດໃຫ້ຄວາມຈຳດີ


ຜົນວິໄຈພົບວ່າ ການມິີເພດສຳພັນຊ່ວຍເພີ່ມປະສິດທິພາບໃນການຈຳ ຫຼື ການມີ ເຊັກເຮັດໃຫ້ຄວາມຈຳດີເນື່ອງຈາກສານເຄມີທີ່ສະໝອງຫຼັ່ງຂະນະມີເພດສຳພັນ ຈະຊ່ວຍພັດທະນາເນື້ອເຍື່ອປະສາດໃນສະໝອງ ເຮັດໃຫ້ຄວາມຈຳດີຂຶ້ນ

ນັກວິທະຍາສາດຈາກມະຫາວິທະຍາໄລແມັກກິລຂອງແຄນນາດາ ເປີດເຜີຍວ່າ ການມີເພດສຳພັນຊ່ວຍໃຫ້ຄວາມຈຳດີຂຶ້ນ ໂດຍນັກວິທະຍາສາດໄດ້ເຮັດຫານທົດລອງໂດຍໃຫ້ອາສາສະໜັກຈຳນວນ 78 ຄົນ ເຊີ່ງເປັນຜູ່ຍິງອາຍຸລະຫວ່າງ 18-29 ປີ ເຮັດແບບທົດສອບການຈົດຈຳຄຳ ແລະ ໃບໜ້າຂອງຜູ້ຄົນໃນຄອມພິວເຕີ ຜົນປະກົດວ່າ ຜູ່ຍິງທີ່ມີເພດສຳພັນຕະຫຼອດ ສາມາດຈົກຈຳຄຳໄວ້ຫຼາຍ ແຕ່ການເພດສຳພັນບໍ່ມີຜົນຕໍ່ປະສິດທິພາບໃນການຈົດຈຳໃບໜ້າ

ໂດຍນັກວິໄຈໄດ້ລະບຸວ່າ ການມີເພດສຳພັນຈະຊ່ວຍພັດທະນາລະບົບປະສາດໃນສະໝອງສ່ວນຮິບໂປແຄມປັດ ແລະ ເຮັດໃຫ້ເນື້ອເຍື່ອປະສາດເຕີບໃຫຍ່ໄວຂຶ້ນ ເຊີ່ງສົ່ງຜົນໃຫ້ຜູ່ຍິງທີ່ມີເພດສຳພັນຕະຫຼອດສາມາດຈົດຈຳຄຳໄດ້ຫຼາຍ

ຂະນະທີ່ຄວາມສາມາດໃນການຈົດຈຳໃບໜ້າຫຼືພາບ ຈະຂຶ້ນຢູ່ກັບໂຄງສ້າງພາຍນອກຂອງສະໝອງສ່ວນຮິບໂປແຄມປັດ ເຊີ່ງບໍ່ກ່ຽວກັບສະໝອງສ່ວນຮິບໂປແຄມປັດໂດຍກົງ  ຈື່ງເຮັດໃຫ້ການມີເພດສຳພັນຕະຫຼອດ ບໍ່ຊ່ວຍໃຫ້ປະສິດທິພາບໃນການຈົດຈຳໃບໜ້າເພີ່ມຂຶ້ນ

ນອກຈາກນີ້ ທ່ານ ເຍນ ພະຮຸດເນີ ສາດສະດາຈານ ດ້ານຈິດຕະວິທະຍາປະຈຳມະຫາວິທະຍາໄລແມັກກິລ ເຊີ່ງເປັນໜຶ່ງໃນຄະນະວິໄຈໄດ້ສະຫຼຸບວ່າ ສານເຄມີທີ່ສະໝອງຫຼັ່ງຂະນະມີເພດສຳພັນ ເຊີ່ງໄດ້ແກ່ຮໍໂມນ ແລະ ສານສື່ປະສາດມີຄວາມສຳພັນກັບຄວາມຈຳຂອງມະນຸດ

ງານວິໄຈນີ້ ສອດຄ້ອງກັບງານວິໄຈອັນກ່ອນໆ ເຊີ່ງພົບຄວາມສຳພັນລະຫວ່າງການມີເພດສຳພັນກັບຄວາມສາມາດໃນການຈຳໃນສັດ
ເຊັກເຮັດໃຫ້ຄວາມຈຳດີ ເຊັກເຮັດໃຫ້ຄວາມຈຳດີ Reviewed by Unknown on กันยายน 24, 2560 Rating: 5

ไม่มีความคิดเห็น

Find Us On Facebook